ບໍລິສັດ ບໍ່ຄຳ ຄຳເກີດ-ແສນອຸດົມ ຈຳກັດ (KSO)
- ໜ້າຫຼັກ
- ບໍລິສັດ ບໍ່ຄຳ ຄຳເກີດ-ແສນອຸດົມ ຈຳກັດ (KSO)
KSO / ໂຄງການບໍ່ຄຳ
ບໍລິສັດ ບໍ່ຄຳ ຄຳເກີດ - ແສນອຸດົມ ຈຳກັດ (KSO) ໄດ້ກໍ່ຕັ້ງຂຶ້ນໃນປີ 2010 ແລະ ເປັນສ່ວນໜຶ່ງຂອງກິດຈະການຂຸດຄົ້ນແຮ່ ຂອງ ກຸ່ມບໍລິສັດ ພອນສັກ ໃນ ສປປ ລາວ. ບໍລິສັດຕັ້ງຢູ່ເມືອງຄຳເກີດ, ແຂວງບໍລິຄຳໄຊ ແລະ ດຳເນີນງານດ້ານການສຳຫຼວດ, ການຂຸດຄົ້ນ, ການປຸງແຕ່ງແຮ່ຄຳ ແລະ ກິດຈະກຳດ້ານເຕັກນິກທີ່ກ່ຽວກັບ KSO ເນັ້ນການພັດທະນາແຮ່ທາດຢ່າງມີຄວາມຮັບຜິດຊອບ ພ້ອມທັງສົ່ງເສີມກິດຈະກຳທາງດ້ານເສດຖະກິດ ແລະ ໂອກາດການຈ້າງງານໃນພື້ນທີ່ຊຸມຊົນອ້ອມຂ້າງ.
KSO ດຳເນີນງານດ້ານການຂຸດຄົ້ນ ແລະ ການປຸງແຕ່ງແຮ່ທາດແບບຄົບວົງຈອນ ໂດຍມີການສະໜັບສະໜູນຈາກການສຳຫຼວດທາງທໍລະນີວິທະຍາ, ການວາງແຜນບໍ່ແຮ່, ການຂຸດຄົ້ນແຮ່, ການບໍລິການຫ້ອງທົດລອງ, ໂຮງງານປຸງແຕ່ງ ແລະ ທີມງານສະໜັບສະໜູນການດຳເນີນງານ. ການສຳຫຼວດທາງທໍລະນີວິທະຍາ, ການເກັບຕົວຢ່າງ ແລະ ການປະເມີນດ້ານເຕັກນິກ ຖືກນຳໃຊ້ເພື່ອສະໜັບສະໜູນການວາງແຜນບໍ່ແຮ່ຢ່າງມີປະສິດທິຜົນ ແລະ ການນຳໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບ. ແຮ່ທີ່ມີຄຳຖືກປຸງແຕ່ງຜ່ານຂັ້ນຕອນການບົດ, ການໂມ້ ການສະກັດແຍກແຮ່ ແລະ ຂັ້ນຕອນອື່ນໆ ທີ່ກ່ຽວຂ້ອງກັບການປຸງແຕ່ງ ຢ່າງມີການຄວບຄຸມ ໂດຍອາໄສຄວາມຊຳນານດ້ານເຕັກນິກ ແລະ ລະບົບຄວບຄຸມຄຸນນະພາບ.
ບໍລິສັດຍັງສືບຕໍ່ເສີມສ້າງຄວາມສາມາດດ້ານການດຳເນີນງານ ໂດຍການປັບປຸງຄວາມໜ້າເຊື່ອຖືຂອງອຸປະກອນກົນຈັກ, ທັກສະຂອງກຳລັງແຮງງານ, ການຄຸ້ມຄອງຄວາມປອດໄພ ແລະ ປະສິດທິພາບຂອງຂະບວນການເຮັດວຽກ. ປັດໃຈດ້ານສິ່ງແວດລ້ອມຖືກບູລະນາການເຂົ້າໃນການວາງແຜນການດຳເນີນງານ ໂດຍໃຫ້ຄວາມສຳຄັນຕໍ່ການຄຸ້ມຄອງທີ່ດິນ ແລະ ແຫຼ່ງນ້ຳຢ່າງມີຄວາມຮັບຜິດຊອບ, ກິດຈະກຳການຕິດຕາມກວດກາ ແລະ ມາດຕະການຄວບຄຸມດ້ານສິ່ງແວດລ້ອມທີ່ເໝາະສົມຕະຫຼອດວົງຈອນການຂຸດຄົ້ນ ແລະ ການປຸງແຕ່ງແຮ່ທາດ.
KSO ຍັງໃຫ້ຄວາມສຳຄັນຢ່າງຫຼວງຫຼາຍຕໍ່ພະນັກງານຂອງຕົນ ແລະ ຊຸມຊົນອ້ອມຂ້າງ. ບໍລິສັດສະໜອງການຈ້າງງານ, ການພັດທະນາທັກສະ, ການຝຶກອົບຮົມໃນສະຖານທີ່ເຮັດວຽກ, ການບໍລິການດ້ານສະຫວັດດີການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ພະນັກງານທີ່ປະຕິບັດວຽກຢູ່ໃນເຂດໂຄງການ. ໂດຍຜ່ານການມີສ່ວນຮ່ວມກັບຊຸມຊົນທ້ອງຖິ່ນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, KSO ສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາຊຸມຊົນ ແລະ ການມີສ່ວນຮ່ວມຂອງຄົນທ້ອງຖິ່ນ ພ້ອມທັງຮັກສາຄວາມມຸ່ງໝັ້ນຕໍ່ການດຳເນີນງານຢ່າງປອດໄພ, ການດູແລຮັກສາສິ່ງແວດລ້ອມ, ການປັບປຸງຢ່າງຕໍ່ເນື່ອງ ແລະ ການພັດທະນາໄລຍະຍາວຢ່າງມີຄວາມຮັບຜິດຊອບ.