ບໍລິສັດ ພະລັງງານໄຟຟ້າຄວາມຮ້ອນ ເຊກອງ ຈຳກັດ
- ໜ້າຫຼັກ
- ບໍລິສັດ ພະລັງງານໄຟຟ້າຄວາມຮ້ອນ ເຊກອງ ຈຳກັດ
ພາບລວມໂຄງການ
ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ ແມ່ນໂຄງການໄຟຟ້າຖ່ານຫີນ ທີ່ມີກຳລັງການຜະລິດ 6 × 300 ເມກາວັດ (MW) ຕັ້ງຢູ່ ແຂວງ ເຊກອງ, ສປປ ລາວ. ໄຟຟ້າທີ່ຜະລິດໄດ້ຈາກໂຄງການນີ້ ຈະຖືກສົ່ງຜ່ານສາຍສົ່ງໄຟຟ້າ ແຮງດັນສູງ 500 ກິໂລໂວນ (kV) ວົງຈອນຄູ່ ຄວາມຍາວ 253 ກິໂລແມັດ ຈາກໂຮງໄຟຟ້າ ເຖິງຊາຍແດນ ລາວ-ກຳປູເຈຍ ຢູ່ ແຂວງ ຈຳປາສັກ ເພື່ອສົ່ງອອກໃຫ້ແກ່ ບໍລິສັດ ໄຟຟ້າກຳປູເຈຍ (EDC).
ໂຄງການໄດ້ບັນລຸບາດກ້າວສຳຄັນ ໂດຍໄດ້ຈັດພິທີວາງສີລາລຶກ ແລະ ເລີ່ມຕົ້ນການກໍ່ສ້າງຢ່າງເປັນທາງການ ໃນວັນທີ 2 ເມສາ 2025. ໂດຍມີເປົ້າໝາຍໃຫ້ໜ່ວຍຜະລິດໄຟໜ່ວຍທຳອິດ ເປີດດຳເນີນງານດ້ານການຄ້າ ໃນເດືອນ ທັນວາ 2028, ຈາກນັ້ນ ຈະທົດລອງລະບົບເດີນເຄື່ອງ ແລະ ເຊື່ອມຕໍ່ເຂົ້າຕາໜ່າງໄຟຟ້າ ຂອງ ໜ່ວຍຜະລິດທີ່ເຫຼືອຢ່າງຕໍ່ເນື່ອງ ເພື່ອມຸ່ງສູ່ການເປີດດຳເນີນງານທາງການຄ້າຢ່າງເຕັມຮູບແບບ (COD) ຂອງ ໂຄງການ ໃນເດືອນ ທັນວາ 2030.
ໂຄງການນີ້ ຈະຊ່ວຍເສີມສ້າງຄວາມຮ່ວມມືດ້ານພະລັງງານ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ໂດຍການສະໜອງແຫຼ່ງໄຟຟ້າທີ່ມີຄວາມໝັ້ນຄົງ ແລະ ເຊື່ອຖືໄດ້ ໃຫ້ກັບຕາໜ່າງໄຟຟ້າຂອງກຳປູເຈຍ. ນອກຈາກນີ້, ຍັງສະໜັບສະໜູນການນຳໃຊ້ຊັບພະຍາກອນ ທຳມະຊາດ ພາຍໃນປະເທດ ຂອງ ສປປ ລາວ ຢ່າງມີປະສິດທິພາບ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພ້ອມທັງສ້າງວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດ ໃຫ້ກັບຊຸມຊົນທ້ອງຖິ່ນອີກດ້ວຍ.