ຄວາມຮັບຜິດຊອບຕໍ່ສັງຄົມ

ຄວາມຮັບຜິດຊອບຕໍ່ສັງຄົມ

ສົ່ງເສີມການສ້າງອະນາຄົດທີ່ຍືນຍົງ

ກຸ່ມບໍລິສັດ ພອນສັກ ມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ການມີສ່ວນຮ່ວມໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ພ້ອມທັງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການຊ່ວຍຍົກລະດັບຊີວິດການເປັນຢູ່ຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ.

ກຸ່ມພອນສັກມີປະຫວັດອັນໂດດເດັ່ນໃນການປະກອບສ່ວນຕໍ່ການພັດທະນາກິລາ ແລະ ການສຶກສາໃນ ສປປ ລາວ, ຕັ້ງແຕ່ການອຸປະຖຳໂຄງການກິລາ ແລະ ການແຂ່ງຂັນລະດັບຊາດ ຈົນເຖິງການບໍລິຈາກຄອມພິວເຕີ ເພື່ອສະໜັບສະໜູນການພັດທະນາໂຮງຮຽນ ແລະ ການສຶກສາ ສຳລັບປະຊາຊົນລາວ.

ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ອຸທິດດ້ານທຶນຮອນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນທີ່ຢູ່ອ້ອມຂ້າງຂອງເຂດໂຄງການ, ເປັນຕົ້ນຢູ່ ແຂວງສາລະວັນ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ປະກອບສ່ວນກໍ່ສ້າງສະຖານທີ່ເຮັດກິດຈະກຳ ແລະ ຫໍພັກສຳລັບໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ແກ່ນັກຮຽນທີ່ດຳລົງຊີວິດ ແລະ ຮຽນຢູ່ທີ່ນັ້ນ. ກ່ອນໜ້ານັ້ນນັກຮຽນແມ່ນຍັງບໍ່ມີພື້ນທີ່ຈະຈັດກິດຈະກຳຕ່າງໆ.

ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນການສຶກສາ ແກ່ນັກຮຽນພິການໃນ ແຂວງວຽງຈັນ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນໃນແຕ່ລະປີຈົນກວ່າຈະຮຽນຈົບມັດທະຍົມສາມັນສຶກສາ.

ຍົກລະດັບຊີວິດຊຸມຊົນ ສົ່ງເສີມການສຶກສາ ແລະ ກິລາ ສ້າງໂອກາດຢ່າງເທົ່າທຽມ

ກິດຈະກຳເພື່ອຊຸມຊົນ

ກຸ່ມບໍລິສັດ ພອນສັກ ສົ່ງເສີມໂອກາດທາງການສຶກສາແກ່ເດັກນ້ອຍພິການ 11 ຮູບ
2026 Vientiane Capital

ສົ່ງເສີມໂອກາດທາງການສຶກສາແກ່ເດັກນ້ອຍພິການ

ກຸ່ມບໍລິສັດ ພອນສັກ ໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ທຶນການສຶກສາ ໃຫ້ແກ່ເດັກນ້ອຍພິການ ຢູ່ສະມາຄົມຄົນພິການ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ 14 ຮູບ
2012 Salavan Province

ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການສຶກສາ ແລະ ການພັດທະນາຊຸມຊົນ

ມຸ່ງໝັ້ນສົ່ງເສີມການສຶກສາ, ກິລາ ແລະ ພັດທະນາຊຸມຊົນ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສ້າງໂອກາດທີ່ດີໃຫ້ແກ່ສັງຄົມລາວຢ່າງຍືນຍົງ.

ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.