ການເດີນທາງຂອງເຮົາ
- ໜ້າຫຼັກ
- ການເດີນທາງຂອງເຮົາ
ກຸ່ມບໍລິສັດ ພອນສັກ ຈຳກັດ
ກຸ່ມບໍລິສັດ ພອນສັກ ແມ່ນກຸ່ມບໍລິສັດທຸລະກິດຂອງຄົນລາວ ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ. ບໍລິສັດໄດ້ເລີ່ມຕົ້ນຈາກ ທຸລະກິດການປຸງແຕ່ງໄມ້, ເຊິ່ງໄດ້ສ້າງສົມປະສົບການມາແຕ່ໄລຍະເລີ່ມຕົ້ນ ໃນດ້ານການຜະລິດ, ການຄຸ້ມຄອງຄຸນນະພາບ, ແລະ ການສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ, ກຸ່ມບໍລິສັດ ພອນສັກ ໄດ້ຂະຫຍາຍຕົວສືບຕໍ່ຈາກທຸລະກິດເດີມ ເຂົ້າສູ່ກິດຈະກຳດ້ານການກໍ່ສ້າງ ແລະ ພື້ນຖານໂຄງລ່າງ. ດ້ວຍການຕໍ່ຍອດຈາກປະສົບການ, ທຶນຮອນ/ຊັບພະຍາກອນ, ແລະ ຄວາມສາມາດທີ່ໄດ້ສ້າງສົມມາແຕ່ໄລຍະເລີ່ມຕົ້ນ, ຕໍ່ມາກຸ່ມບໍລິສັດ ຈຶ່ງໄດ້ຂະຫຍາຍການລົງທຶນເຂົ້າສູ່ຂະແໜງການຂຸດຄົ້ນແຮ່ທາດ, ໄຟຟ້ານ້ຳຕົກ, ການພັດທະນາພະລັງງານໄຟຟ້າ, ກະສິກຳ, ແລະ ຂະແໜງທຸລະກິດອື່ນໆ.
ປັດຈຸບັນ, ກຸ່ມບໍລິສັດ ພອນສັກ ໄດ້ດຳເນີນກິດຈະການ ແລະ ບໍລິຫານຫຼາຍໂຄງການຢູ່ ສປປ ລາວ ໂດຍອາໄສປະສົບການຕົວຈິງຈາກທ້ອງຖິ່ນ, ຄວາມຮູ້ຄວາມຊຳນານດ້ານເຕັກນິກ ແລະ ການຄຸ້ມຄອງແບບມືອາຊີບ. ພວກເຮົາສຸມໃສ່ການເຕີບໂຕທາງທຸລະກິດຢ່າງມີຄວາມຮັບຜິດຊອບ ເພື່ອເປັນສ່ວນໜຶ່ງໃນການພັດທະນາ ສປປ ລາວ ຢ່າງຍືນຍົງ.
ເສັ້ນທາງການເຕີບໂຕຂອງບໍລິສັດ
ແຜນເສັ້ນທາງການເຕີບໂຕສະແດງໃຫ້ເຫັນເຖິງການພັດທະນາ ແລະ ເຫດການສຳຄັນຂອງ ກຸ່ມບໍລິສັດ ພອນສັກ ຈຳກັດ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ.