ບາດກ້າວສຳຄັນ
- ໜ້າຫຼັກ
- ບາດກ້າວສຳຄັນ
ບາດກ້າວສຳຄັນທີ່ສ້າງການເຕີບໂຕຂອງພວກເຮົາ
ຄວາມສຳເລັດທີ່ສຳຄັນບາງສ່ວນຂອງ ກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ໄດ້ບັນລຸດັ່ງຕໍ່ໄປນີ້:
-
ລົງນາມໃນສັນຍາສໍາປະທານກັບລັດຖະບານແຫ່ງ ສປປ ລາວ ເພື່ອພັດທະນາໂຄງການບໍ່ຄໍາ ທີ່ຕັ້ງຢູ່ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.
-
ລົງນາມໃນສັນຍາສໍາປະທານກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການບໍ່ຖ່ານຫີນ ທີ່ຕັ້ງຢູ່ ແຂວງເຊກອງ ແລະ ແຂວງສາລະວັນ.
-
ລົງນາມໃນສັນຍາຂໍ້ຕົກລົງເບື້ອງຕົ້ນ (HOA) ກັບລັດຖະບານແຫ່ງ ສປປ ລາວ ເພື່ອພັດທະນາໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນ ເຊກອງ.
-
ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບອັດຕາຄ່າໄຟຟ້າ (Tariff MOU) ກັບ ການໄຟຟ້າຝ່າຍຜະລິດແຫ່ງ ປະເທດໄທ (EGAT) ສຳລັບໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC).
-
ລົງນາມໃນສັນຍາຊື້ຂາຍໄຟຟ້າ (PPA) ກັບ ການໄຟຟ້າຝ່າຍຜະລິດແຫ່ງ ປະເທດໄທ (EGAT) ສໍາລັບການຂາຍໄຟຟ້າ ຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC).
-
ລົງນາມໃນສັນຍາຊື້ຂາຍໄຟຟ້າ (PPA) ກັບ ການໄຟຟ້າຝ່າຍຜະລິດແຫ່ງ ປະເທດໄທ (EGAT) ສຳລັບໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC).
-
ລົງນາມຂໍ້ຕົກລົງສຳປະທານກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC).
-
ລົງນາມໃນສັນຍາຊື້ຂາຍໄຟຟ້າ ກັບ ການໄຟຟ້າຂອງ ປະເທດກຳປູເຈຍ (EDC) ສໍາລັບການຂາຍໄຟຟ້າຈາກໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ.
-
ລົງນາມໃນສັນຍາສໍາປະທານກັບລັດຖະບານແຫ່ງ ສປປ ລາວ ເພື່ອຂາຍໄຟຟ້າຈາກໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ.
-
ເຊັນບົດບັນທຶກຄວາມເຂົ້າໃຈ (MOA) ກັບ ລັດວິສາຫະກິດໄຟຟ້າລາວ (EDL) ເພື່ອຂາຍໄຟຟ້າຈາກໂຄງການໄຟຟ້າ 300 ເມກາວັດ.