ຄວາມຮັບຜິດຊອບຕໍ່ສັງຄົມ

ກຸ່ມບໍລິສັດ ພອນສັກ ຈຳກັດ ໃຫ້ຄວາມສຳຄັນຢ່າງຍິ່ງກັບການສ້າງຄວາມສຳພັນທີ່ມີຄວາມໝາຍກັບຊຸມຊົນທີ່ເຮົາກຳລັງດຳເນີນໂຄງການຢູ່.
ກັບໄປໜ້າກິດຈະກຳ
ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ 14 ຮູບ
ລາຍລະອຽດກິດຈະກຳ

ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການສຶກສາ ແລະ ການພັດທະນາຊຸມຊົນ

2012 Salavan Province

ມຸ່ງໝັ້ນສົ່ງເສີມການສຶກສາ, ກິລາ ແລະ ພັດທະນາຊຸມຊົນ
ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສ້າງໂອກາດທີ່ດີໃຫ້ແກ່ສັງຄົມລາວຢ່າງຍືນຍົງ.

ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ອຸທິດທຶນຮອນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ແລະ ໃນອ້ອມຮອບຂອງໂຄງການເປັນຕົ້ນຢູ່ ແຂວງສາລະວັນ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ປະກອບສ່ວນກໍ່ສ້າງສະຖານທີ່ເຮັດກິດຈະກຳ ແລະ ຫໍພັກໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນໃຫ້ແກ່ນ້ອງນັກຮຽນທີ່ດຳລົງຊີວິດ ແລະ ຮຽນຢູ່ທີ່ນັ້ນ.
ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນການສຶກສາ ແກ່ນັກຮຽນພິການໃນ ແຂວງວຽງຈັນ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນໃນແຕ່ລະປີຈົນກວ່າຈະຮຽນຈົບຊັ້ນສູງ.

ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.