Verified company information
ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການສຶກສາ ແລະ ການພັດທະນາຊຸມຊົນ
ມຸ່ງໝັ້ນສົ່ງເສີມການສຶກສາ, ກິລາ ແລະ ພັດທະນາຊຸມຊົນ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສ້າງໂອກາດທີ່ດີໃຫ້ແກ່ສັງຄົມລາວຢ່າງຍືນຍົງ.
ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ອຸທິດທຶນຮອນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ແລະ ໃນອ້ອມຮອບຂອງໂຄງການເປັນຕົ້ນຢູ່ ແຂວງສາລະວັນ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ປະກອບສ່ວນກໍ່ສ້າງສະຖານທີ່ເຮັດກິດຈະກຳ ແລະ ຫໍພັກໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນໃຫ້ແກ່ນ້ອງນັກຮຽນທີ່ດຳລົງຊີວິດ ແລະ ຮຽນຢູ່ທີ່ນັ້ນ. ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນການສຶກສາ ແກ່ນັກຮຽນພິການໃນ ແຂວງວຽງຈັນ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນໃນແຕ່ລະປີຈົນກວ່າຈະຮຽນຈົບຊັ້ນສູງ.