Phonesack Group corporate news background

ຂໍ້ມູນຂ່າວສານ & ການເຄື່ອນໄຫວ

ຂ່າວສານລ່າສຸດ, ເຫດການສຳຄັນ, ແລະ ຂໍ້ມູນທີ່ອັບເດດກ່ຽວກັບໂຄງການ ແລະ ກິດຈະກຳຕ່າງໆຂອງບໍລິສັດ

ພິທີວາງສີລາລືກ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂະໜາດ 1800 MW

ອັບເດດລ່າສຸດ 2026-06-16 01:42:22 ເບິ່ງ 99
ແຊຣ໌
ພິທີວາງສີລາລືກ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂະໜາດ 1800 MW

ກຸ່ມບໍລິສັດ ພອນສັກ ຈຳກັດ (Phonesack Group Co., Ltd) ລົງທຶນ 4 ຕື້ໂດລາສະຫະລັດ ເພື່ອກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະໜາດໃຫຍ່ໃນແຂວງເຊກອງ ໂດຍໄຟຟ້າທີ່ຜະລິດໄດ້ຈະຖືກສົ່ງອອກໄປຂາຍໃຫ້ປະເທດກຳປູເຈຍ.

ພິທີວາງສີລາລືກສຳລັບໂຮງໄຟຟາດັ່ງກ່າວ ໄດ້ຈັດຂຶ້ນຢູ່ສະຖານທີ່ກໍ່ສ້າງໂຄງການຢູ່ເມືອງກະລຶມ ເມື່ອຄັ້ງວັນທີ 2 ເມສາ ໂດຍມີພະນະທ່ານ ສະເລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຫຼັກໄລ ສີວິໄລ ເຈົ້າແຂວງເຊກອງ, ພ້ອມດ້ວຍພາກສ່ວນລັດຖະບານຈາກສູນກາງ ແລະ ທ້ອງຖິ່ນ ລວມທັງຄູ່ຮ່ວມທຸລະກິດ ເຂົ້າຮ່ວມ.

ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ໄດ້ກ່າວວ່າ ໂຮງໄຟຟ້າແຫ່ງນີ້ ຈະມີກຳລັງການຜະລິດ 1,800 ເມກາວັດ ແລະ ຈະກາຍເປັນໜຶ່ງໃນບັນດາໂຄງການພັດທະນາອຸດສາຫະກຳພະລັງງານທີ່ສຳຄັນທີ່ສຸດຂອງ ສປປ ລາວ.

ເມື່ອສ້າງໂຮງໄຟຟ້າສຳເລັດ, ກະແສໄຟຟ້າທີ່ຜະລິດໄດ້ ຈະຖືກສົ່ງເຂົ້າສູ່ຕາໜ່າງໄຟຟ້າຂອງປະເທດກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (Power Purchase Agreement) ກັບ ວິສາຫະກິດໄຟຟ້າກຳປູເຈຍ (EDC).

ການກໍ່ສ້າງຈະຖືກແບ່ງອອກເປັນ 3 ໄລຍະ ໂດຍໂຮງໄຟຟ້າຊຸດທຳອິດມີກຳນົດເລີ່ມຜະລິດກະແສໄຟຟ້າໃນເດືອນມັງກອນ 2028 ແລະ ວາງແຜນໃຫ້ສໍາເລັດສົມບູນພ້ອມດໍາເນີນງານໃນເດືອນມັງກອນ 2030.

ໂຄງການດັ່ງກ່າວ ຈະຖືກບໍລິຫານຈັດການໂດຍບໍລິສັດລູກຂອງ ກຸ່ມບໍລິສັດ ພອນສັກ ຊຶ່ງໄດ້ແກ່ ບໍລິສັດ ພະລັງງານໄຟຟ້າຄວາມຮ້ອນ ເຊກອງ ຈຳກັດ (XTPPL) ແລະ ບໍລິສັດ ໄຟຟ້າ ເຊກອງ ຈຳກັດ (XPPL).

ນອກເໜືອຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ໂຄງການດັ່ງກ່າວຍັງລວມເຖິງການກໍ່ສ້າງສາຍສົ່ງກະແສໄຟຟ້າແຮງສູງ 500 ກິໂລໂວນ ທີ່ມີຄວາມຍາວ 253 ກິໂລແມັດ ເພື່ອເຊື່ອມຕໍ່ໂຮງໄຟຟ້າດັ່ງກ່າວເຂົ້າ ຫາຊາຍແດນລາວ-ກຳປູເຈຍ.

ຮູບພາບ:

ຂ່າວອື່ນໆ

ຄວາມມຸ່ງໝັ້ນສູ່ຄວາມຍືນຍົງ, ການຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນ
2026-06-16 01:38:03

ຄວາມມຸ່ງໝັ້ນສູ່ຄວາມຍືນຍົງ, ການຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນ

ຄວາມຍືນຍົງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນ ແມ່ນຫຼັກການພື້ນຖານທີ່ຊີ້ນຳປັດຊະຍາທາງທຸລະກິດ ແລະ ການດຳເນີນງານຂອງ ກຸ່ມບໍລິສ...

ອ່ານເພີ່ມ
ເສັ້ນທາງແຫ່ງການເຕີບໂຕ, ຄຸນຄ່າທາງປະຫວັດສາດຂອງອົງກອນ ແລະ ວິໄສທັດສູ່ການພັດທະນາທີ່ຍືນຍົງ ຂອງພວກເຮົາ
2026-06-16 01:35:43

ເສັ້ນທາງແຫ່ງການເຕີບໂຕ, ຄຸນຄ່າທາງປະຫວັດສາດຂອງອົງກອນ ແລະ ວິໄສທັດສູ່ການພັດທະນາທີ່ຍືນຍົງ ຂອງພວກເຮົາ

ບໍລິສັດ ກຸ່ມບໍລິສັດ ພອນສັກ ຈຳກັດ ແມ່ນໜຶ່ງໃນວິສາຫະກິດຊັ້ນນຳຂອງຄົນລາວ ທີ່ໄດ້ຮັບການຍອມຮັບໃນດ້ານການລົງທຶນທີ່ຫຼາກຫຼາຍ ແລະ ການ...

ອ່ານເພີ່ມ
ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.